ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖານທູດ ສປປ ເກົາຫຼີ ປະຈຳ ສປປ ລາວ ຈັດງານສະເຫຼີມສະຫຼອງວັນຊາດ ຄົບຮອບ 75 ປີ


    ສະຖານທູດ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 75 ປີ ໃນວັນທີ 7 ກັນ
ຍາ 2023, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມ,
ຮອງຫົວໜ້າກົມ ພ້ອມດ້ວຍແຂກຖືກ ເຊີນເຂົ້າຮ່ວມ.

     ໂອກາດ ນີ້, ສະຫາຍ ລີ ຢົງ ຊົນ ເອກອັກຄະລາດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີປະຈຳ ລາວ ໄດ້ກ່າວວ່າ: ການສະຖາ
ປະນາຂອງ ສ ປປ ເກົາຫຼີ ແມ່ນເຫດການປະຫວັດສາດອັນຍິ່ງໃຫຍ່ ເຊິ່ງເປັນຄວາມ ມຸ່ງມາດປາຖະໜາອັນຍາວນານຂອງປະຊາຊົນພວກເຮົາທີ່
ຫວັງເອົາລັດທີ່ແທ້ຈິງ ເພື່ອຮັບໃຊ້ປະຊາຊົນ. ຕະຫຼອດ ໄລຍະ 75 ປີ ທີ່ຜ່ານມານັບແຕ່ສະຖາປະນາ ສປປ ເກົາຫຼີ ໄດ້ມີບາດກ້າວໃໝ່ ຢ່າງຕໍ່
ເນື່ອງບົນເສັ້ນທາງແຫ່ງການ ສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງ, ຈະເລີນຮຸ່ງເຮືອງ ພາຍໃຕ້ການຊີ້ນຳໆພາຂອງ ສະຫາຍ ກິມ ອິນ ຊຸງ, ສະ
ຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ແລະ ສະຫາຍ ກິມ ເຈິງ ອຸນ ທີ່ເຄົາລົບຮັກຂອງປະຊາຊົນ ສປປ ເກົາຫຼີ.

     ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ໄດ້ຫັນປ່ຽນ ສປປ ເກົາຫຼີ ໃຫ້ກາຍເປັນປະເທດ ສັງຄົມນິຍົມ ທີ່ບໍ່ມີສັດຕູໂຕໃດສາມາດ
ເອົາຊະນະໄດ້ ໂດຍອີງໃສ່ຮາກຖານທາງການເມືອງ, ເສດຖະກິດ ແລະ ການ ທະຫານ ທີ່ເຂັ້ມແຂງ ໂດຍໄດ້ປະຕິບັດຄວາມເປັນເອກະພາບທາງ
ດ້ານແນວຄິດການເມືອງ ຂອງມວນຊົນ ຜູ້ ອອກແຮງງານ ແລະ ເຕົ້າໂຮມ ພັກແຮງງານ ເກົາຫຼີ ກາຍເປັນພັກທີເຂັ້ມແຂງ ແລະ ໄດ້ ສ້າງສາ ປະເທດ
ສັງຄົມນິຍົມ ທີ່ມີສີສັນທີ່ມີປະຊາຊົນເປັນໃຈກາງ ໂດຍສະເພາະປະຊາຊົນ ໄດ້ເປັນເຈົ້າຂອງປະເທດຊາດ, ທຸກສິ່ງ ທຸກຢ່າງ ເພື່ອຮັບໃຊ້ປະຊາຊົນ ແລະ
ສັງຄົມໄດ້ຮັບການພັດທະນາ ໂດຍອີງໃສ່ຫົວຄິດປະດິດສ້າງຂອງ ປະຊາຊົນ.

     ທ່ານ ລີ ຢົງ ຊົນ ໄດ້ກ່າວອີກວ່າ: ຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນ
ດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ສປປ ເກົາຫຼີ- ສປປ ລາວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ບົນພື້ນຖານ ແຫ່ງ
ການພັດທະນາສາຍພົວພັນ ໂດຍ ບັນດາຜູ້ນຳ ສອງປະເທດໃນເມື່ອກ່ອນ. ປັດຈຸບັນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ສປປ ເກົາ
ຫຼີ ແລະ ສປປ ລາວ ໄດ້ຮັບການສືບທອດຢ່າງບໍ່ຢຸດຢັ້ງ ໂດຍ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫຼີ, ປະທານກິດຈະການ
ແຫ່ງ ລັດ ແຫ່ງ ສປປ ເກົາຫຼີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະ ບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະ
ທານປະເທດແຫ່ງ ສປປ ລາວ.

ແຫຼ່ງຂ່າວໂດຍ ຂປລ
ວັນທີ 12/09/2023